ການຝຶກອົບຮົມຄູສອນພາສາຈີນທ້ອງຖິ່ນຢູ່ລາວ
ຄຽງຄູ່ກັບການແລກປ່ຽນລະຫວ່າງຈີນກັບລາວນັບມື້ນັບແໜ້ນແຟ້ນຂຶ້ນ, ຄວາມຕ້ອງການຕໍ່ບຸກຄະລາກອນຮູ້ຈັກພາສາຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະຖາບັນຂົງຈື້ຂອງມະຫາວິທະຍາໄລແຫ່ງຊາດລາວໄດ້ຈັດຊຸດຝຶກອົບຮົມຄູສອນພາສາຈີນທ້ອງຖິ່ນ 2 ຊຸດໃນແຕ່ລະປີ, ຈົນຮອດເດືອນກໍລະກົດປີ 2022 ໄດ້ຈັດຂຶ້ນຢ່າງສຳເລັດຜົນ 11 ຊຸດ. ຊຸດຝຶກອົບຮົມຄູສອນພາສາຈີນທ້ອງຖິ່ນແມ່ນເພື່ອແນໃສ່ບັບປຸງຄຸນນະພາບວິຊາການ ແລະ ທັກສະວິຊາຊີບຂອງຄູສອນພາສາຈີນທ້ອງຖິ່ນຢູ່ລາວ ແລະສ້າງເວທີທີມີປະສິດທະຜົນໃຫ້ແກ່ຄູສອນພາສາຈີນທ້ອງຖິ່ນໃນການແລກປ່ຽນຊັບພະຍາກອນ, ແລກປ່ຽນປະສົບການ ແລະສື່ສານພົວພັນກັນ. ຄູອາຈານທີ່ເຂົ້າຮ່ວມການຝຶກອົບຮົມໄດ້ຖືໂອກາດແບບນີ້ເພື່ອປັບປຸງ ແລະ ເພີ່ມຄວາມສາມາດໃນການສອນພາສາຈີນແລະພາກປະຕິບັດຢ່າງແທ້ຈິງ.
ການຝຶກອົບຮົມຄູສອນພາສາຈີນທ້ອງຖິ່ນໄດ້ຊ່ວຍກໍ່ສ້າງຜູ້ທີ່ເຂົ້າຮ່ວມແລະສົ່ງເສີມການແລກປ່ຽນແລະຮ່ວມມືໃນຂົງເຂດຕ່າງໆເຊັ່ນ ວັດທະນະທຳ ແລະ ການສຶກສາ ລະຫວ່າງຈີນ-ລາວ ໄດ້ຫຼາຍຂຶ້ນ ເພື່ອກາຍເປັນຜູ້ທີ່ສືບທອດແລະປະຕິບັດມິດຕະພາບຈີນ-ລາວ.